ກອງປະຊຸມ ປຶກສາຫາລື ວຽກງານຄະນະກຳມະການຄຸ້ມຄອງ ອິນເຕີເນັດ ແລະ ການຫັນເປັນ ດິຈິຕອນ ຂັ້ນແຂວງ ທີ່: ສູນອິນເຕີເນັດ ແຫ່ງຊາດ

08/04/2025

ກອງປະຊຸມ ປຶກສາຫາລື ວຽກງານຄະນະກຳມະການຄຸ້ມຄອງ ອິນເຕີເນັດ ແລະ ການຫັນເປັນ ດິຈິຕອນ  ຂັ້ນແຂວງ ທີ່: ສູນອິນເຕີເນັດ ແຫ່ງຊາດ

ໃນວັນທີ 03 ເມສາ 2025, ທີ່ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນອິນເຕີເນັດແຫ່ງຊາດ ຈັດກອງປະຊຸມ ປຶກສາຫາລື ວຽກງານຄະນະກຳມະການຄຸ້ມຄອງ ອິນເຕີເນັດ ໂດຍການເປັນປະທານ ຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງ ຕສ, ຮອງປະທານ ຄຄອຊ, ຫົວໜ້າຄະນະຊ່ວຍວຽກ ຄະນະກຳມະການລະດັບຊາດເພື່ອການຫັນເປັນ ດິຈິຕອນ ຂອງສປປລາວ (ຄຊດລ) ໄດ້ເນັ້ນໃຫ້ ບັນດາ ຕສ ແຂວງ ເພື່ອເປັນການຜັນຂະຫຍາຍ ແລະ ປະຕິບັດຕາມແຜນການ-ແຜນງານທີ່ວາງໄວ້ ຂອງ ກະຊວງ ຕສ 3 ຈຸດໃຫ່ຍ ດັ່ງນີ້: 1. ວຽກລວມຂອງກະຊວງ ໃຫ້ບັນດາພະແນກເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸ່ມປີ 2025 ຂອງຂະແຫນງເຕັກໂນໂລຊີ ແລະ ການສື່ສານ ໃຫ້ ສໍາເລັດ ແລະ ປະກົດຜົນເປັນຈິງ; ເອົາໃຈໃສ່ປະກອບສ່ວນໃນ ການຫັນເປັນລັດຖະບານດິຈິຕອນ ໂດຍສະເພາະເສົາຄໍ້າລັດດິຈິຕອນ, ຜັນຂະຫຍາຍແຜນຍຸດທະສາດບໍລິຫານລັດດິຈີຕອນ 10 ປີ; ເລັ່ງຊຸກຍູ້-ສົ່ງເສີມການນໍາໃຊ້ ບັນດາລະບົບທີກະຊວງພວກເຮົາມີ  ແລະ ຮັບປະກັນຄວາມສະຖຽນບັນດາພາກສ່ວນອ້ອມຂ້າງ; ໃຫ້ເອົາໃຈໃສ່ໃນວຽກງານເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງກັບສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ການຮ່ວມມື ກັບພາກພື້ນ ແລະ ສາກົນເພີ່ມຕື່ມ; ເອົາໃຈໃສ່ວຽກງານກໍ່ສ້າງບຸກຄະລາກອນ ສ້າງພະນັກງານສືບທອດປ່ຽນແທນ, ຮັບປະກັນຄວາມສາມັກຄີ ພາຍໃນພະແນກ. 2. ວຽກ ຄຄອຊ ໃຫ້ບັນດາພະແນກ ຕສ ແຂວງ ສືບຕໍ່ຈັດຝືກອົບຮົມວຽກ ຄຄອຊ ໃຫ້ກັບບັນດາເມືອງ, ສືບຕໍ່ວຽກງານຄຸ້ມຄອງຫາງສຽງບໍ່ດີໃນສັງຄົມ ເຫດເກີດຢູ່ບ່ອນໃດ ແມ່ນພາກສ່ວນນັ້ນເປັນເຈົ້າການແກ້ໄຂຕອບຕ້ານໂດຍດ່ວນ ແລະ ວຽກສໍາຫຼວດພົນລະເມືອງ ຄືຂະແໜງການເຕັກໂນໂລຊີ ແລະ ການສື່ສາານ ເຮົາແມ່ນໄດ້ຮັບການມອບໝາຍທີ່ເປັນພັນ ໃຫ້ຊຸກຍູ້ ສະໜັບສະໜູນ ວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ່ V ປີ 2025. ພ້ອມນັ້ນ ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ ກະຊວງ ຕສ ລາຍງານ ການຈັດສັນຄອມພິວເຕີ ໃນວຽກງານຫັນເປັັນດິຈິຕອນ ໃຫ້ບັນດາ ຕສ ທົ່ວປະເທດ 18 ແຂວງ ແລະ ທ່ານ ສຸດໃຈ ພິມມະສີ ຫົວໜ້າ ກົມແຜນການ ແລະ ການເງິນ ລາຍງານໂດຍຫຍໍ້ກ່ຽວກັບ ແຜນປະຈໍາປີ 2025, ຮ່າງແຜນ 5 ປີ ແລະ ວຽກງານ ສໍາຫລວດພົນລະເມືອງທົ່ວປະເທດ.

ໃນກອງປະຊຸມ ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສອຊ, ຫົວໜ້າຫ້ອງການ ຄຄອຊ ໄດ້ລາຍງານຫຍໍ້ວຽກ ຄຄອຊ ປະຈຳໄຕມາດ I ແລະ ທິດທາງແຜນການຕໍ່ໜ້າ ດັ່ງນີ້: ການປັບປຸງການຈັດຕັ້ງ ການປັບປຸງ ລວມເອົາວຽກງານ ຄຄອຊ ແລະ ຄຊດລ ເຂົ້າກັນ. ພ້ອມນັ້ນ, ກໍ່ຄົ້ນຄວ້າ ຫນ່ວຍງານ ຕ້ານການຕົວະຍົວະຫລອກຫລວງສໍ້ໂກງການເງິນ ທາງອອນລາຍ ແລະ ການຈັດສັນງົບປະມານເຄື່ອນໄຫວ.

ພ້ອມນັ້ນ ຄະນະຈັດຕັ້ງພິທີ ຍັງໄດ້ນໍາພາຄະນະຜູ້ແທນ ຄະນະພະແນກ ຕສ ແຂວງ ເຂົ້າຢ້ຽມຊົມ ສູນປະຕິບັດການຄວາມປອດໄພໄຊເບີ (ຫ້ອງ SOC).

 

 

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day