ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດພິທີມອບ ໃບຍ້ອງຍໍຜົນງານພະນັກງານ-ລັດຖະກອນ ປະຈຳປີ 2023 ແລະ ໃບຍ້ອງຍໍບັ້ນແຂ່ງຂັນກຳມະບານ 5 ເປັນເຈົ້າ ປະຈຳປີ 2023

08/04/2024

ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດພິທີມອບ ໃບຍ້ອງຍໍຜົນງານພະນັກງານ-ລັດຖະກອນ ປະຈຳປີ 2023 ແລະ ໃບຍ້ອງຍໍບັ້ນແຂ່ງຂັນກຳມະບານ 5 ເປັນເຈົ້າ ປະຈຳປີ 2023

ໃນຕອນເຊົ້າຂອງວັນທີ 08 ເມສາ 2024 ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດ ພິທີມອບ ໃບຍ້ອງຍໍຜົນງານພະນັກງານ-ລັດຖະກອນ ປະຈຳປີ 2023 ແລະ ໃບຍ້ອງຍໍບັ້ນແຂ່ງຂັນກຳມະບານ 5 ເປັນເຈົ້າ ປະຈຳປີ 2023 ແລະ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ສະມາຊິກ ກຳມະບານ ພາຍໃນສູນ, ໂດຍມີຄະນະສູນ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການ ພາຍໃນ ສູນອິນເຕີເນັດ ແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນປີ 2023 ຜ່ານມາ ສູນອິນເຕີເນັດ ແຫ່ງຊາດ ມີພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ປະເພດ I : ດີຫຼາຍ ຈຳນວນ 58 ທ່ານ ຍິງ 20 ທ່ານ ແລະ ປະເພດ II : ດີ ຈຳນວນ 13 ທ່ານ ຍິງ 4 ທ່ານ, ໃຫ້ກຽດມອບໃບຍ້ອງຍໍໃນຄັ້ງນີ້ ໂດຍ ທ່ານ ມີນາໄຊ ພິລາວົງ ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ,​ ເລຂາໜ່ວຍພັກ ສູນອິນເຕີເນັດແຫ່ງຊາດ,​ ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ.

ໃນພິທີດັ່ງກ່າວ, ຄະນະກຳມະບານຮາກຖານ ສູນອິນເຕີເນັດ ແຫ່ງຊາດ ໄດ້ມອບໃບຍ້ອງຍໍການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ໃຫ້ແກ່ສະມາຊິກກຳມະບານຮາກຖານ ສູນອິນເຕີເນັດ ແຫ່ງຊາດ 70 ສະຫາຍ ຍິງ 24 ສະຫາຍ, ໃຫ້ກຽດມອບໃບຍ້ອງຍໍໂດຍ ສະຫາຍ ພົມມະທັດ ພູມະນີວົງ ຮອງຫົວໜ້າສູນ, ປະທານກຳມະບານຮາກຖານ ສູນອິນເຕີເນັດ ແຫ່ງຊາດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ມີນາໄຊ ພິລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ພະນັກງານ-ລັດຖະກອນພາຍໃນສູນ ຍາດແຍ່ງມາໄດ້ ແລະ ໄດ້ຖືໂອກາດໂອ້ລົມພະນັກງານທັງໝົດ ໃຫ້ຮັກສາມູນເຊື້ອອັນດີງາມ ແລະ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຕົນຮັບຜິດຊອບ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງໄດ້ສົ່ງເສີມໃຫ້ພະນັກງານນຳໃຊ້ເຕັກໂນໂລຊີທີ່ມີ ເຂົ້າມາຊ່ວຍອຳນວຍຄວາມສະດວກໃນການເຮັດວຽກໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນີ້ ທ່ານ ຫົວໜ້າສູນ ຍັງໄດ້ຮຽກຮ້ອງໃຫ້ບັນດາພະນັກງານພາຍໃນສູນທຸກຄົນ ເອົາໃຈໃສ່ໃນການຍົກລະດັບຄວາມຮູ້ ການເພີ່ມຂີດຄວາມສາມາດຂອງຕົນ ເພື່ອນຳມາຜັນຂະຫຍາຍ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດທີ່ຕົນຮັບຜິດຊອບຢ່າງຕັ້ງໜ້າ ແລະ ໃຫ້ໄດ້ຮັບຜົນສໍາເລັດຍິ່ງໆຂຶ້ນໄປ.

ບົດຂ່າວ ແລະ ພາບ ສອຊ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day