05/12/2023

ເພື່ອຂ່ຳນັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920 – 13 ທັນວາ 2023) ສູນອິນເຕີເນັດ ແຫ່ງຊາດ (ສອຊ) ໄດ້ຈັດຕັ້ງການອອກແຮງງານລວມພາຍໃນສູນ ແລະ ມີການປະດັບທຸງຊາດ-ທຸງພັກ, ທຸງທິວ ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຂອງຊາດ. ຂະບວນການຄັ້ງນີ້ນຳພາໂດຍ ທ່ານ ມີນາໄຊ ພິລາວົງ, ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກ, ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ, ພ້ອມທັງມີຄະນະສູນ, ຄະນະພະແນກ, ແລະ ພະນັກງານວິຊາການພາຍໃນສູນອິນເຕີເນັດແຫ່ງຊາດ ແລະ ກົມຄວາມປອດໄພໄຊເບີ ເຂົ້າຮ່ວມຂະບວນການຢ່າງຟົດຟື້ນ.
![]() |
![]() |
ຈຸດປະສົງໃນການອອກແຮງງານຄັ້ງນີ້ ນອກຈາກເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລ້ວ, ອີກດ້ານໜື່ງກໍ່ເພື່ອຮັກສາຄວາມສະອາດທົ່ວ ສອຊ ເນື່ອງຈາກເຫັນເຖິງຄວາມສຳຄັນ ຂອງສະພາບດິນຟ້າອາກາດໃນໄລຍະນີ້, ອາກາດແລ້ງ, ໃບໄມ້ແຫ້ງຫຼາຍ; ເພື່ອປ້ອງກັນເຫດສຸກເສີນທີ່ອາດເກີດຈາກອັກຄີໄພ, ສອຊ ຈຶ່ງໄດ້ສ້າງຂະບວນການອກແຮງງານມ້ຽນມັດເສດໄມ້, ໃບໄມ້ , ອຸປະກອນຕ່າງໆທົ່ວ ສອຊ ໃຫ້ເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນຄວາມປອດໄພທາງພາຍໃນ ແລະ ພາຍນອກອາຄານ.
![]() |
![]() |
![]() |
![]() |
![]() |
![]() |