ສອຊ ໄດ້ຈັດ ພິທີປະກາດຮອງຫົວໜ້າພະແນກເປັນຫົວໜ້າພະແນກ, ວິຊາການຂື້ນເປັນຮອງຫົວໜ້າພະແນກ ແລະ ມອບຮັບໃບຍ້ອງຍໍສະມາຊິກກຳມະບານທີ່ໄດ້ມີຜົນງານປະກອບສ່ວນເຄື່ອນໄຫວວຽກງານພັດທະນາ ກຳມະບານດີເດັ່ນ ປະຈຳປີ 2022

11/05/2023

ສອຊ ໄດ້ຈັດ ພິທີປະກາດຮອງຫົວໜ້າພະແນກເປັນຫົວໜ້າພະແນກ, ວິຊາການຂື້ນເປັນຮອງຫົວໜ້າພະແນກ ແລະ ມອບຮັບໃບຍ້ອງຍໍສະມາຊິກກຳມະບານທີ່ໄດ້ມີຜົນງານປະກອບສ່ວນເຄື່ອນໄຫວວຽກງານພັດທະນາ ກຳມະບານດີເດັ່ນ ປະຈຳປີ 2022

     ໃນຕອນບ່າຍຂອງວັນທີ  10 ພຶດສະພາ 2023 ທີ່ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 02 ຂອງສູນອິນເຕີເນັດ ແຫ່ງຊາດ ໄດ້ມີພິທີປະກາດຮອງຫົວໜ້າພະແນກເປັນຫົວໜ້າພະແນກ,​ ວິຊາການຂື້ນເປັນຮອງຫົວໜ້າພະແນກ ແລະ ມອບຮັບໃບຍ້ອງຍໍສະມາຊິກກຳມະບານທີ່ໄດ້ມີຜົນງານປະກອບສ່ວນເຄື່ອນໄຫວວຽກງານພັດທະນາ ກຳມະບານດີເດັ່ນ ປະຈຳປີ 2022,  ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ມີນາໄຊ ພິລາວົງ, ຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ, ຫົວໜ້າ ສູນອິນເຕີເນັດແຫ່ງຊາດ ພ້ອມດ້ວຍ ຄະນະສູນ, ຄະນະພະແນກ ແລະ ພະນັກງານທົ່ວ ສອຊ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະພິທີ, ທ່ານ ໄວພົດ ສີດາລາ ຫົວໜ້າພະແນກ ສັງລວມ ໄດ້ຂື້ນຜ່ານຂໍ້ຕົກລົງເລກທີ 1273/ກຕສ ລົງວັນທີ 08 ພຶດສະພາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນພະແນກ ແລະ ຮອງຫົວໜ້າພະແນກຂອງສູນອິນເຕີເນັດແຫ່ງຊາດ, ຈຳນວນ 05 ສະຫາຍ, ປະກອບດ້ວຍ:

-  ທ່ານ ຈະຕຸພົນ ພູມິນ ຮອງຫົວໜ້າພະແນກ ສູນຂໍ້ມູນແຫ່ງຊາດ ເປັນ ຫົວໜ້າພະແນກ ສູນຂໍ້ມູນແຫ່ງຊາດ.

- ທ່ານ ນ. ສຸວັນນີ ໄຊສົງຄາມ ຮອງຫົວໜ້າພະແນກ ສູນຂໍ້ມູນແຫ່ງຊາດ ເປັນ ຫົວໜ້າພະແນກ  ລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ

- ທ່ານ ງອນ ອັກຄະວົງ ພະນັກງານວິຊາການ ເປັນ ຮອງຫົວໜ້າພະແນກ ສູນຂໍ້ມູນແຫ່ງຊາດ

- ທ່ານ ໂອດິດ ຈິດຕະລາດ ພະນັກງານວິຊາການ  ເປັນ ຮອງຫົວໜ້າພະແນກ ສູນກາງໂທລະສັບ ແລະ ຂໍ້ຄວາມສັ້ນ

- ທ່ານ ວົງສີສຸກ ທໍາມະວົງ ພະນັກງານວິຊາການ  ເປັນ ຮອງຫົວໜ້າຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.

ໃນວາລະດັ່ງກ່າວ ທ່ານ ມີນາໄຊພິລາວົງ ກໍ່ໄດ້ຂື້ນໂອ້ລົມພະນັກງານທົ່ວ ສອຊ ແລະ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ທີ່ໄດ້ຖືກແຕ່ງຕັ້ງໃໝ່ໃນຄັງນີ້, ຊຶ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງລ້ວນແລ້ວແຕ່ເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານ, ຜ່ານການບຸກບືນ-ຝຶກຝົນຫລໍ່ຫຼອມຕົນເອງເຮັດໃຫ້ມີການເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງເປັນຢ່າງດີ.

ໃນໂອກາດຽວກັນນີ້,​ ກໍາມະບານຮາກຖານສູນອິນເຕີເນັດ ແຫ່ງຊາດ, ກໍ່ໄດ້ມີພິທີມອບຮັບໃບຍ້ອງຍໍສະມາຊິກກຳມະບານທີ່ໄດ້ມີຜົນງານປະກອບສ່ວນເຄື່ອນໄຫວວຽກງານພັດທະນາ ກໍາມະບານດີເດັ່ນ ປະຈຳປີ 2022 ທ່ານ ພອນສະຫວັດ ຄົງສະຫວັດ ປະທານ ກຳມະບານ ຮາກຖານ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ.

ບົດຂ່າວ: ສອຊ

ທ່ານສາມາດຕິດຕາມຂ່າວສານຜ່ານທາງເພສເຟກບຸກຂອງສອຊໄດ້ທີ່ເວບເພສ: https://www.facebook.com/LaoLANIC/

 

ສາມາດລົງທະບຽນລະຫັດຊື່ອິນເຕິເນັດເປັນພາສາລາວ ໄດ້ແລ້ວ
ງານສຳມະນາສົ່ງເສີມການນຳໃຊ້ລະຫັດຊື່ອິນເຕີເນັດສູງສຸດພາສາທ້ອງຖີ່ນ