ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ວຽກງານ ດິຈີຕອນ ຢຸ່ ສອຊ.

11/05/2023

ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ວຽກງານ ດິຈີຕອນ ຢຸ່ ສອຊ.

ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023 ທີ່ຫ້ອງປະຊຸມຊັ້ນ 01 ສູນອິນເຕີເນັດແຫ່ງຊາດ, ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ວຽກງານ ດິຈີຕອນ ຢຸ່ ສອຊ.

ໃຫ້ກຽດຕ້ອນຮັບໂດຍທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ແກ້ວວິສຸກ ໂສລະພົມ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ມີນາໄຊ ພິລາວົງ ຄະນະພັກກະຊວງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ,  ທ່ານ ຫົວໜ້າ ກົມຄວາມປອດໄພໄຊເບີ, ທ່ານ ຫົວໜ້າ ສຸນບໍລິຫານລັດດີຈິຕອນ ພ້ອມດ້ວຍຄະນະກໍ່ໃຫ້ການຕ້ອນຮັບໃນການມາຢ້ຽມຢາມໃນຄັ້ງນີ້.

ຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້ກໍ່ເພື່ອສະເຫນີແລກປ່ຽນ, ຖອດຖອນບົດຮຽນໃນວຽກງານການນຳໃຊ້ໄອຊີທີ,ການພັດທະນາແລະຄຸ້ມຄອງລະບົບເຄືອຂ່າຍ, ລະບົບເຄື່ອງມື ອີເລັກໂຕນິກຕ່າງໆ ເພື່ອແນໃສ່ການນຳໃຊ້ຂໍ້ມູນໃຫ້ມີຄວາມວ່ອງໄວ,ຫັນວຽກງານໂຄສະນາອົບຮົມໃຫ້ເປັນທັນສະໃຫມ,ວ່ອງໄວໂດຍຫມູນອຸປະກອນໃຊ້ເຄື່ອງມືທີ່ທັນສະໃຫມ.

 

ບົດຂ່າວ: ສອຊ

 

 

ສາມາດລົງທະບຽນລະຫັດຊື່ອິນເຕິເນັດເປັນພາສາລາວ ໄດ້ແລ້ວ
ງານສຳມະນາສົ່ງເສີມການນຳໃຊ້ລະຫັດຊື່ອິນເຕີເນັດສູງສຸດພາສາທ້ອງຖີ່ນ