ປະທານສະພາແຫ່ງຊາດ ລົງເຄື່ອນໄຫວຢ້ຽມຢາມ ສູນອິນເຕີເນັດ ແຫ່ງຊາດ ແລະ ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ

22/09/2023

ປະທານສະພາແຫ່ງຊາດ ລົງເຄື່ອນໄຫວຢ້ຽມຢາມ ສູນອິນເຕີເນັດ ແຫ່ງຊາດ ແລະ ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນວັນທີ 11 ກໍລະກົດ 2023, ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ສູນອິນເຕີເນັດ ແຫ່ງຊາດ ແລະ ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເນື່ອງໃນໂອກາດທີ່ສະຫາຍລົງມາຊີ້ນຳ ວາລະດຳເນີນກອງປະຊຸມກາງສະໄໝ ຂອງອົງຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນລະຫວ່າງວັນທີ 11-13 ກໍລະກົດ 2023, ໂດຍການຕ້ອນຮັບຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງ.

ໃນໂອກາດດັ່ງກ່າວ, ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ຂຶ້ນນຳສະເໜີກ່ຽວກັບ ພາລະບົດບາດ, ໜ້າທີ່ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ສູນອິນເຕີເນັດ ແຫ່ງຊາດ ກໍຄື ການຄຸ້ມຄອງ ແລະ ພັດທະນາ ໂຄງລ່າງພື້ນຖານດິຈິຕ໋ອນ ເພື່ອຮອງຮັບພາລະກິດການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ໄລຍະ 5 ປີ (2021-2025) ສະບັບເລກທີ 23/ສພຊ, ລົງວັນທີ 16 ພະຈິກ 2021 ເປັນກ້າວໆມາ. ຄຽງຄູ່ກັນນັ້ນ, ລັດຖະບານ ກໍໄດ້ອອກດຳລັດຮັບຮອງເອົາ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ດັ່ງກ່າວ, ຊຶ່ງ ປະທານປະເທດ ແຫ່ງ ສປປ ລາວ ໄດ້ແຕ່ງຕັ້ງ ຄະນະກຳມະການລະດັບຊາດ ເພື່ອການເຫັນເປັນດິຈິຕ໋ອນ ຂອງ ສປປ ລາວ ໂດຍມີນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ, ມີຮອງນາຍົກລັດຖະມົນຕີ 2 ທ່ານເປັນຮອງປະທານ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ ທັງເປັນຜູ້ປະຈຳການ, ປະກອບດ້ວຍບັນດາລັດຖະມົນຕີ/ທຽບເທົ່າ ຈາກທຸກກະຊວງ/ອົງການ ເປັນຄະນະ.

ສູນອິນເຕີເນັດ ແຫ່ງຊາດ ຍັງເປັນຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ທີ່ປະກອບດ້ວຍຄະນະກຳມະການຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຮັດໜ້າທີ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ, ປະສານງານ, ຕິດຕາມ, ຄຸ້ມຄອງ, ກວດກາ, ຕອບຕ້ານ ແລະ ຊຸກຍູ້ສົ່ງເສີມກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພທາງໄຊເບີ ໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ໃນໂອກາດດຽວກັນນີ້, ສະຫາຍ ຄຳຫຼ້າ ສູນນະລາດ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄວາມປອດໄພໄຊເບີ, ກໍໄດ້ຂຶ້ນນຳສະເໜີກ່ຽວກັບພາລະບົດບາດຂອງກົມ ແລະ ສູນປະຕິບັດການຄວມປອດໄພໄຊເບີ (SOC) ທີ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນ ຈາກ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ໃນພັດທະນາ ແລະ ຕິດຕັ້ງລະບົບ ໃນໄລຍະທ້າຍປີ 2022 ທີ່ຜ່ານມາ.

ເພື່ອໃຫ້ການຢ້ຽມຢາມຄັ້ງນີ້ມີຄວາມໝາຍ ຄວາມສຳຄັນ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບລະຫັດຊື່ອິນເຕີເນັດທີ່ເປັນພາສາລາວ www.ໄຊສົມພອນພົມວິຫານ.ລາວ ໃຫ້ແກ່ ສະຫາຍ ປອ. ໄຊສົມພອນ ພົມວິຫານ ເພື່ອນຳໃຊ້ເຂົ້າໃນວຽກງານຂອງສະຫາຍເອງ ແລະ www.ສະພາແຫ່ງຊາດ.ລາວ ເພື່ອນຳໄປຕິດຕັ້ງໃຫ້ເຂົ້ົາກັບລະບົບເວັບໄຊທ໌ປັດຈຸບັນຂອງສະພາແຫ່ງຊາດ ແນໃສ່ເພີ່ມຊ່ອງທາງການເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນການຍົກສູງການນຳໃຊ້ພາສາລາວ ເຂົ້າໃນລະບົບດິຈິຕ໋ອນ ຂອງ ສປປ ລາວ.

ໂອກາດດຽວກັນ, ກໍໄດ້ເຂົ້າຢ້ຽມຊົມລະບົບໂຄງລ່າງພື້ນຖານດິຈິຕ໋ອນ ແລະ ສູນປະຕິບັດການຄວາມປອດໄພໄຊເບີ ທີ່ຕັ້ງຢູ່ພາຍໃນ ສູນຂໍ້ມູນແຫ່ງຊາດ ຂອງ ສູນອິນເຕີເນັດແຫ່ງຊາດ, ຊຶ່ງເປັນບ່ອນຕິດຕັ້ງລະບົບສຳຄັນຕ່າງໆ ເປັນຕົ້ນແມ່ນ ລະບົບສູນກາງອິນເຕີເນັດພາຍໃນ ແລະ ຕ່າງປະເທດ, ລະບົບສູນກາງໂທລະສັບ ແລະ ຂໍ້ຄວາມສັ້ນ ພາຍໃນ ແລະ ຕ່າງປະເທດ, ລະບົບຄຸ້ມຄອງການຈົດທະບຽນລະຫັດຊື່ອິນເຕີເນັດສູງສຸດແຫ່ງຊາດ, ລະບົບຮັບຮອງເອເລັກໂຕຣນິກແຫ່ງຊາດ, ລະບົບຂຶ້ນທະບຽນເລກໝາຍໂທລະສັບ ແລະ ບັນດາລະບົບລັດຖະບານດິຈິຕ໋ອນ ຕ່າງໆ (e-Office, e-Mail, Video Conference, G-Chat, G-Share/G-Drive, G-Web Platform, ...).

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC