ກອງປະຊຸມກາງສະໄໝ ຂອງ ໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ ສະໄໝທີ II ຄັ້ງວັນທີ 31 ພຶດສະພາ 2023

21/09/2023

ກອງປະຊຸມກາງສະໄໝ ຂອງ ໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ ສະໄໝທີ II ຄັ້ງວັນທີ 31 ພຶດສະພາ 2023

ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2023, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສາຍລົມ), ໜ່ວຍພັກສູນອິນເຕີເນັດ ແຫ່ງຊາດ ໄດ້ເປີດກອງປະຊຸມກາງສະໄໝທີ II ຂອງຕົນ  ໂດຍການເປັນປະທານຮ່ວມຂອງ ສະຫາຍ ແກ້ວວີສຸກ ໂສລະພົມ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງ ພາຍໃນໜ່ວຍພັກເຂົ້າຮ່ວມ 20 ສະຫາຍ ຍິງ 03 ສະຫາຍ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງ ສະຫາຍ ວົງນ້ອຍ ສີວັນທອງ, ຮອງເລຂາໜ່ວຍພັກ, ກ່ຽວກັບ ບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ກາງສະໄໝ 2019-2023 ແລະ ທິດທາງແຜນການຈຸດສຸມຂອງທ້າຍສະໄໝ 2023-2025 ຂອງໜ່ວຍພັກ. ກອງປະຊຸມ ໄດ້ເຫັນດີເປັນເອກະພາບຮັບຮອງເອົາ ບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ໄລຍະກາງສະໄໝ ແລະ ທິດທາງແຜນການຈຸດສຸມທ້າຍສະໄໝ ຂອງໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ.

ໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ສະເໜີໂດຍ ສະຫາຍ ພອນສະຫວັດ ຄົງສະຫວັດ ກຳມະການໜ່ວຍພັກ, ພ້ອມທັງໄດ້ຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມຄວາມໄວ້ວາງໃຈ ຕໍ່ການນໍາພາລວມ ແລະ ບຸກຄົນ ໃນຄະນະໜ່ວຍພັກ, ພ້ອມທັງຮັບຟັງການປະກອບຄໍາຄິດເຫັນຂອງຄະນະຜູ້ແທນຢ່າງພາວະວິໃສ ແລະ ກົງໄປກົງມາ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ແກ້ວວີສຸກ ໂສລະພົມ, ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການປະຕິບັດໜ້າທີ່ການເມືອງໃນໄລຍະກາງສະໄໝທີ່ຜ່ານມາຂອງໜ່ວຍພັກ ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍພັກ ກໍຄື ສະມາຊິກພັກທັງໝົດເອົາໃຈໃສ່ຕໍ່ບາງດ້ານທີ່ຍັງຄົງຄ້າງ ເພື່ອຄົ້ນຄວ້າຊອກຫາວິທີທາງແກ້ໄຂໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ. ສະຫາຍ ຍັງໄດ້ເນັ້ນໜັກຕໍ່ຄະນະພັກ-ສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ທີ່ກໍານົດໄວ້ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກກອງປະຊຸມ, ສຸມສະຕິປັນຍາ, ເຫື່ອແຮງ ແລະ ເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອປະຕິບັດພາລະກິດຂອງຕົນໃຫ້ປະສົບຜົນສໍາເລັດອັນຈົບງາມ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC