ບົດຂ່າວ ສະເຫລີມສະຫຼອງ ວັນກຳມະບານລາວ ຄົບຮອບ 67 ປີ
ເນື່ອງໃນໂອກາດທົ່ວທຸກພາກສ່ວນຮ່ວມກັນສະເຫລີມສະຫລອງ ວັນກຳມະບານລາວ ຄົບຮອບ 67 ຢ່າງສຸດໃຈ(ວັນທີ 01 ກຸມພາ 1956 - 01 ກຸມພາ 2023).ໃນນີ້ ຄະນະກຳມະບານຮາກຖານ ສອຊ ນຳພາໂດຍ: ທ່ານ ພອນສະຫວັດ ຄົງສະຫວັດ ຄະນະສະຫະພັນ ກຳມະບານ ກະຊວງ ຕສ, ປະທານ ກຳມະບານຮາກຖານ ສອຊ ກໍ່ໄດ້ເປັນເຈົ້າການໃນການນຳພາຂະບວນການເພື່ອຄຳນັບຮັບຕ້ອນສະເຫລີມສະຫລອງວັນດັ່ງກ່າວເຊີ່ງມີຫລາຍກິດຈະກຳ ທັງມີການບໍລິຈາກເລືອດ ໃນຕອນເຊົ້າ ແລະ ອອກແຮງງານລວມໃນຕອນແລງ.
ຈຸດປະສົງງານດັ່ງກ່າວ ກໍ່ເພື່ອສະເຫລີມສະຫລອງວັນປະຫວັດສາດ ຂອງຊົນຊັ້ນອອກແຮງງານ ຂອງ ສປປລາວ ໃຫ້ມີຄວາມຫມາຍ ແລະ ໄດ້ເນື້ອໃນໃຈຄວາມຂອງວັນສຳຄັນດັ່ງກ່າວ.
ຂ່າວໂດຍ: ກມບ ຮາກຖານ ສອຊ