ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ທິດທາງ ແຜນການປະຈຳປີ 2023

21/09/2023

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ທິດທາງ ແຜນການປະຈຳປີ 2023

ໃນຕອນເຊົ້າຂອງວັນທີ 12 ມັງກອນ 2023, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022​ ແລະ ທິດທາງ ແຜນການປະຈຳປີ 2023. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ມີນາໄຊ ພິລາວົງ ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ,​ ເລຂາໜ່ວຍພັກ ສູນອິນເຕີເນັດແຫ່ງຊາດ,​ ມີຄະນະສູນ, ຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການພາຍໃນ ສູນອິນເຕີເນັດ ແຫ່ງຊາດກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງກັນ.

ໃນພິທີດັ່ງກ່າວ, ທ່ານ ພອນສະຫວັດ ຄົງສະຫວັດ ຄະນະພັກ ສູນອິນເຕີເນັດ ແຫ່ງຊາດ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດກໍ່ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022​ ແລະ ທິດທາງ ແຜນການປະຈຳປີ 2023.

ພ້ອມກັນນັ້ນກອງປະຊຸມຍັງໄດ້ມີພິທີມອບຮັບຫຼຽນກາແຮງງານ 05 ປີ, ໃບຍ້ອງຍໍ ຜົນງານ 05 ປີ ( 2016 – 2020 ), ໃບຍ້ອງຍໍ ປະຈຳປີ 2021 ຂອງ ສຸນອິນເຕີເນັດ ແຫ່ງຊາດ. ໃຫ້ກຽດມອບໂດຍ ທ່ານ ມີນາໄຊ ພິລາວົງ ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ,​ ເລຂາໜ່ວຍພັກ ສູນອິນເຕີເນັດແຫ່ງຊາດ. ປະກອບມີ: ຫຼຽນໄຊແຮງງານຊັ້ນ 01 ຈຳນວນ : 01 ທ່ານ, ຫຼຽນກາແຮງງານ ຈຳນວນ 12 ທ່ານ, ໃບຍ້ອງຍໍລັດຖະບານ 45 ທ່ານ, ໃບຍ້ອງຍໍປະຈຳປີ ປະເພດ 01 ຈຳນວນ 36 ທ່ານ, ໃບຍ້ອງຍໍປະຈຳປີ ປະເພດ 02 ຈຳນວນ 33 ທ່ານ.

ໃນວາລະກອງປະຊຸມ ພິທີມອບໃບຍ້ອງຍໍ ກຳມະບານ 05 ເປັນເຈົ້າ ໃຫ້ກຽດມອບໂດຍ ທ່ານ ພອນສະຫວັດ ຄົງສະຫວັດ ຄະນະໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ, ປະທານ ກຳມະບານ ຮາກຖານ ສອຊ, ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ, ພິທີມອບ ໃບຍ້ອງຍໍ ແມ່ຍິງ ຂໍ້ແຂ່ງຂັນ 3 ດີ, ໃຫ້ກຽດມອບໂດຍ ທ່ານ ນາງ ອານິສອນ ກິ່ງສະດາ ຫົວໜ້າໜ່ວຍສະຫະພັນແມ່ຍິງ ສອຊ.

ຈຸດປະສົງ ໃນການຈັດຕັ້ງພິທີດັ່ງກ່າວກໍ່ເພື່ອ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022​ ແລະ ທິດທາງ ແຜນການປະຈຳປີ 2023 ແລະ ຍ້ອງຍໍຊົມເຊີຍຜົນງານຂອງອ້າຍນ້ອງພະນັກງານ ສອຊ ຍາດມາໄດ້ໃນຜົນງານ 05 ປີ ແລະ ຍ້ອງຍໍຜົນງານຂອງການປະຕິບັດວຽກງານໃນໄລຍະປີຜ່ານມາ.

ຂ່າວໂດຍ:​ ສອຊ

 

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC