ການເຄື່ອນໄຫວຂະບວນການນຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນສຳນັກງານ ສູນອິນເຕີເນັດ ແຫ່ງຊາດ ແລະ ສູນ ລາວເຊີດ

     ການເຄື່ອນໄຫວຂະບວນການນຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນສຳນັກງານ ສູນອິນເຕີເນັດ ແຫ່ງຊາດ ເພື່ອກະກຽມຂໍ່ານັບຮັບຕ້ອນ ວັນຊາດ ທີ 02 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ

     ໃນຕອນບ່າຍຂອງວັນທີ 27 ພະຈິກ 2020 ສາມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ ທົ່ວສູນອິນເຕີເນັດ ແຫ່ງຊາດ ແລະ ສູນລາວເຊີດ ໄດ້ສ້າງຂະບວນການຕິດທຸງຊາດ, ທຸງພັກ, ທຸງທິວ, ຂຶ້ນປ້າຍຄຳຂວັນ “ນ້ຳໃຈ ວັນຊາດ ທີ 2 ທັນວາ ໝັ້ນຍືນ!”, ອອກແຮງງານລວມ ອະນາໄມອ້ອມຮອບຕຶກອາຄານ ແລະ ປູກຕົ້ນໄມ້ປະດັບປະດາ ຢ່າງເປັນຂະບວນຟົດຟື້ນ ເພື່ອສະເຫຼີມສະຫຼອງວັນຊາດ ທີ 02 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.

 

ຂ່າວໂດຍ:ສູນອິນເຕີເນັດ ແຫ່ງຊາດ

 

ສາມາດລົງທະບຽນລະຫັດຊື່ອິນເຕິເນັດເປັນພາສາລາວ ໄດ້ແລ້ວ
ງານສຳມະນາສົ່ງເສີມການນຳໃຊ້ລະຫັດຊື່ອິນເຕີເນັດສູງສຸດພາສາທ້ອງຖີ່ນ